LN: ລະບົບເງິນກູ້ຊະນິດພິເສດ (Loan System)
ລະບົບນີ້ອອກແບບມາເພື່ອເພີ່ມຄວາມສະດວກໃນການຄິດໄລ່ເງິນກູ້ຊະນິດພິເສດ ໂດຍລະບົບຊ່ວຍຄິດໄລ່ການຫັກເງິນກູ້ໃຫ້ກັບພະນັກງານໃນແຕ່ລະເດືອນໂດຍອັດຕະໂນມັດ ພ້ອມທັງສ່ວນດອກເບ້ຍເງິີນກູ້ທັງແບບອັດຕາດອກເບ້ຍຄົງທີ່ ຫຼື ດອກເບ້ຍຊະນິດລົດຕົ້ນລົດດອກ ແລະເພີ່ມປະເພດຂອງເງິນກູ້ຂຶ້ນມາອີກ 3 ປະເພດ ໄດ້ແກ່ ລະບົບບັນມາດຕະຖານໃນຊ່ອງຫວ່າງຂອງການກູ້ຍືມ, ຄ່າທໍານຽມເງິນກູ້, ແລະຜົນປະໂຍດອື່ນໆ ໂດຍແບ່ງແຕ່ລະປະເພດຢ່າງຊັດເຈນ ເພື່ອໃຫ້ໃຊ້ວຽກໄດ້ງ່າຍແລະສະດວກຫຼາຍຂຶ້ນ ໂດຍມີລາຍລະອຽດດັງນີ້
- ສາມາດເລືອກວິທີການຄິດໄລ່ດອກເບ້ຍແບບອັດຕາຄົງທີ່ ແລະ ຄິດໄລ່ດອກເບ້ຍແບບລົດຕົ້ນລົດດອກໃຫ້ກັບພະນັກງານໄດ້
- ສາມາດກໍາໜົດອັດຕາດອກເບ້ຍຕໍ່ປີ, ງວດຊໍາລະຕໍ່ປີ ເພື່ອໃຫ້ໂປລແກລມຄິດໄລ່ດອກເບ້ຍທີ່ຕ້ອງຊໍາລະໃນແຕ່ລະເດືອນໃຫ້ກັບພະນັກງານໄດ້
- ເມື່ອຊໍາລະຄົບແລ້ວ ທັງເງິນຕົ້ນແລະດອກເບ້ຍ ໂປລແກລມຈະຫຍຸດຫັກເງິນພະນັກງານໂດຍອັດໂນມັດ
- ມີບົດລາຍງານທີ່ສາມາດກວດສອບຍອດເງິນຕົ້ນ, ດອກເບ້ຍ, ຍອດເງິນຊໍາລະແລ້ວ ແລະຍອດເງິນຄົງເຫຼືອ ເພື່ອກວດສອບໄດ້