Bplus HRM ໂປຣແກຣມເງິນເດືອນສຳເລັດຮູບ : ການຂໍອະນຸມັດປັບປຸງເວລາ ເມື່ອພະນັກງານລືມບັນທຶກເວລາ: ຄູ່ມື HR ເຂົ້າໃຈງ່າຍ ໃຊ້ໄດ້ຈິງ
Bplus HRM ໂປຣແກຣມເງິນເດືອນສຳເລັດຮູບ : ການຂໍອະນຸມັດປັບປຸງເວລາ ເມື່ອພະນັກງານລືມບັນທຶກເວລາ: ຄູ່ມື HR ເຂົ້າໃຈງ່າຍ ໃຊ້ໄດ້ຈິງ

ການຂໍອະນຸມັດປັບປຸງເວລາ ເມື່ອພະນັກງານລືມບັນທຶກເວລາ

ຄູ່ມື HR ເຂົ້າໃຈງ່າຍ ໃຊ້ໄດ້ຈິງ 

ໃນຫຼາຍອົງກອນທີ່ມີການເກັບຂໍ້ມູນເວລາເຮັດວຽກຂອງພະນັກງານຢ່າງເປັນລະບົບ ມັກຈະເກີດເຫດການທີ່ພະນັກງານ “ລືມບັນທຶກເວລາເຂົ້າວຽກ ຫຼື ອອກວຽກ” 

 
🔍 ຊຶ່ງສົ່ງຜົນກະທົບຕໍ່
  • ການນັບເວລາເຮັດວຽກ
  • OT
  • ຂາດ–ລາ–ສາຍ
  •  ແລະການຄຳນວນເງິນເດືອນ
ເພື່ອໃຫ້ HR ຈັດການໄດ້ຖືກຕ້ອງ ແລະກວດສອບຍ້ອນຫຼັງໄດ້ງ່າຍ ໜ້ານີ້ຈະອະທິບາຍທັງວິທີແບບ “ໃຊ້ເອກະສານ” ແລະ “ໃຊ້ລະບົບ” ພ້ອມຂໍ້ດີ–ຂໍ້ສັງເກດທີ່ HR ຄວນຮູ້

⭐ ເປັນຫຍັງຕ້ອງມີຂັ້ນຕອນຂໍປັບປຸງເວລາ

ການຄຳນວນດ້ວຍ Excel ຫຼື ຄິດເອງອາດເຮັດໃຫ້ເກີດຄວາມຜິດພາດໄດ້ງ່າຍ ທັງການນັບວັນ, ການຄຳນວນ OT, ພາສີ, ປະກັນສັງຄົມ

ການລືມບັນທຶກເວລາອາດເຮັດໃຫ້ເກີດບັນຫາ:
• ເວລາເຮັດວຽກບໍ່ຖືກຕ້ອງ
• ຄຳນວນເງິນເດືອນຜິດ
• OT ບໍ່ຖືກຕ້ອງ
• ກວດສອບຍ້ອນຫຼັງຍາກ
• ເກີດການໂຕ້ຖຽງລະຫວ່າງ HR – ພະນັກງານ

✨ ດັ່ງນັ້ນ ການມີຂັ້ນຕອນ “ຂໍອະນຸມັດປັບປຸງເວລາ” ຈຶ່ງຊ່ວຍໃຫ້ຂໍ້ມູນຖືກຕ້ອງ ແລະ ໂປ່ງໃສ ✨

👩🏻‍💼 ຕົວຢ່າງສະຖານະການຈິງ 

✅ ພະນັກງານ: ທ່ານເຈ 
✅ ເວລາເຮັດວຽກ: 08:00 – 17:00
✅ ວັນທີ 21/05/2568 ມາເຮັດວຽກ 07:50 ແຕ່ ລືມບັນທຶກເວລາ 
✅ ຈຳເປັນຕ້ອງແຈ້ງ HR (ທ່ານບີ)

ວິທີທີ່ 1️⃣ ຂໍປັບປຸງເວລາຜ່ານເອກະສານ (ແບບດັ້ງເດີມ) 

📌 ຂັ້ນຕອນ

1️⃣  ພະນັກງານຂຽນເອກະສານແຈ້ງລືມບັນທຶກເວລາ

2️⃣  ສົ່ງໃຫ້ HR ຫຼື ຫົວໜ້າງານ

3️⃣  ຜູ້ອະນຸມັດເຊັນຮັບຮອງ

4️⃣  HR ນຳຂໍ້ມູນເຂົ້າລະບົບ

 
🔎 ຂໍ້ສັງເກດ
✔️ ໃຊ້ກະດາດຫຼາຍ
✔️ ສຽງຕໍ່ການສູນຫາຍ
✔️ ກວດສອບຍ້ອນຫຼັງຍາກ
✔️ ຂັ້ນຕອນຫຼາຍ ເຮັດໃຫ້ຊ້າ
✔️ ອາດຄີບັນທຶກຜິດ

ວິທີທີ່ 2️⃣ ຂໍປັບປຸງເວລາຜ່ານລະບົບ (Bplus HRM) 

📌 ຂັ້ນຕອນ

1️⃣  ພະນັກງານກົດ “ຂໍປັບປຸງເວລາ” ໃນລະບົບ 

2️⃣  ລະບົບແຈ້ງເຕືອນອັດຕະໂນມັດໃຫ້ຜູ້ອະນຸມັດ

3️⃣  ຜູ້ອະນຸມັດເປີດກວດສອບ → ກົດອະນຸມັດ

4️⃣  ເວລາທີ່ອະນຸມັດຈະເຂົ້າລະບົບທັນທີ 

5️⃣  ນຳໄປຄຳນວນເງິນເດືອນອັດຕະໂນມັດ

 
🔎 ຂໍ້ສັງເກດ
✔️ ຫຼຸດການໃຊ້ກະດາດ
✔️ ກວດສອບຍ້ອນຫຼັງງ່າຍ
✔️ ຫຼຸດຄວາມຜິດພາດ
✔️ ຂັ້ນຕອນນ້ອຍ ເຮັດວຽກໄວ
✔️ ພະນັກງານເຮັດລາຍການເອງໄດ້

🎯 ສະຫຼຸບສິ່ງທີ່ HR ຄວນຮູ້

✅ ການລືມບັນທຶກເວລາເກີດຂຶ້ນໄດ້ເປັນປົກກະຕິ
✅ ການໃຊ້ເອກະສານເຮັດໄດ້ ແຕ່ມີຄວາມສຽງ
✅ ການໃຊ້ລະບົບຊ່ວຍໃຫ້ຂໍ້ມູນຖືກຕ້ອງ ແລະກວດສອບງ່າຍ

⭐ເມື່ອອົງກອນມີພະນັກງານຫຼາຍ

ການຈັດການຄຳຂໍປັບປຸງເວລາຜ່ານເອກະສານອາດເຮັດໃຫ້ HR ເສຍເວລາຫຼາຍ ທັງການຕາມເອກະສານ, ການຄີບັນທຶກຊ້ຳ, ແລະການກວດສອບຍ້ອນຫຼັງ

ລະບົບທີ່ດີຄວນ:
• ພະນັກງານສົ່ງຄຳຂໍໄດ້ເອງ
• ຜູ້ອະນຸມັດກົດອະນຸມັດໄດ້ທັນທີ
• ຂໍ້ມູນເຂົ້າລະບົບອັດຕະໂນມັດ
• ຫຼຸດວຽກ HR ແລະຫຼຸດຄວາມຜິດພາດ

✨ ນີ້ແມ່ນເຫດຜົນທີ່ຫຼາຍອົງກອນເລືອກໃຊ້ລະບົບທີ່ “ຄິດແທນ HR” ໄດ້ຈິງ. ✨

Bplus HRM ລະບົບໂປລແກລມເງິນເດືອນສຳເລັດຮູບ

Bplus HRM ລະບົບໂປລແກລມເງິນເດືອນສຳເລັດຮູບ