• ฝ่ายขาย 02-880-9700, 02-409-5409, 02-880-8800
  • ฝ่ายบริการ 02-880-8800
businessplus
businessplus
  • รายการจำนวนจำนวนเงิน
    ไม่มีรายการ
    สั่งซื้อสินค้า
    • รายการจำนวนจำนวนเงิน
      ไม่มีรายการ
      สั่งซื้อสินค้า
    1. HRM (Payroll)
    2. Business Plus HRM ລະບົບໂປລແກລມເງິນເດືອນສຳເລັດຮູບ
    Banner HRM ภาษาลาว Type 2.png

    Business Plus HRM ລະບົບໂປລແກລມເງິນເດືອນສຳເລັດຮູບ

    BPlus HRM ລະບົບໂປລແກລມເງິນເດືອນສຳເລັດຮູບ

                  ລະບົບໂປລແກລມເງິນເດືອນສຳເລັດຮູບ ເງິນເດືອນ, ການບໍລິຫານວຽກບຸກຄົນ, ແລະ ລະບົບປະມວນຜົນເວລາເຮັດວຽກ ຟັງຊັ່ນການທຳງານສຸດຍອດ ສົມບູນແບບ ຄອບຄຸມວຽກເງິນເດືອນ ແລະມີຄວາມສອດຄ້ອງ & ສະດວກສະບາຍໃນທຸກຟັງຊັ່ນການທຳງານ…

    เจ้าของกิจการ

    PR: ລະບົບເງິນເດືອນຄ່າແຮງພະນັກງານ (Payroll System)

    • ກຳໜົດຮູບແບບອົງກອນ ເປັນສາຂາ ຫຼື ພະແນກ ຫຼື ພະແນກຍ່ອຍ ຫຼື ລະດັບພະນັກງານໄດ້
    • ຈັດເກັບແຟ້ມປະວັດພະນັກງານພ້ອມຮູບຖ່າຍ ແລະແຟ້ມຂໍ້ມູນອົງກອນແລະອື່ນໆ
    • ການຄິດໄລ່ເງິນເດືອນ, ພາສີ, ປະກັນສັງຄົມ, ເງິນກູ້ຍືມແລະກອງທຶນສຳຮອງລ້ຽງຊີບ ມີຄວາມຖືກຕ້ອງ 100%
    • ຮອງຮັບພະນັກງານປະເພດຕ່າງໆ ເຊັ່ນ ພະນັກງານປະຈຳ, ພະນັກງານຊົ່ວຄາວ. ການຈ່າຍຄ່າແຮງເປັນລາຍເດືອນ, ລາຍອາທິດ ຫຼື ຈ່າຍຄ່າເວລາພິເສດຕ່າງໆ
    • ຮອງຮັບພະນັກງານ ຫຼຶ ບຸກຄົນອື່ນໆ ໃຫ້ສາມາດຄິດໄລ່ພາສີແບບເໝາຈ່າຍ ເພື່ອຄິດໄລ່ Job Cost
    • ກຳໜົດເງິນເພີ່ມ/ ເງິນຫັກໄດ້ບໍຈຳກັດ ແລະສາມາດຕັ້ງຕ່າສູດ ຫຼື ເງື່ອນໄຂຕ່າງໆ ທີ່ກ່ຽວຂ້ອງໃນການຄິດໄລ່ພາສີໄດ້.
    • ລວດໄວແລະງ່າຍໃນການບັນທືກຂໍ້ມູນ. ຕິດຕາມແລະລາຍງານ ເຊັ່ນ ເງິນເພີ່ມ, ເງິນຫັກ ແລະ ຂໍ້ມູນການລາ ແລະລະບົບເງິນເດືອນ.
    • ແຜ່ນດິດສາມາດສ່ງຜ່ານການໂອນທາງທະນາຄານ ແລະປະກັນສັງຄົມ ແລະຍັງສາມາດ export ລາຍງານໄປຍັງໂປລແກລມອື່ນໄດ້.
    • ຮອບຮັບການໂອນຂໍ້ມູນຈາກ Business Plus Program ໄປຍັງໂປລແກລມອື່ນ.
    • Import ແຟ້ມຂໍ້ມູນ ຫຼື excel ໄປຍັງລະບົບເງິນເດືອນລາຍວັນ.

    HR

    PS: ລະບົບບໍລິຫານວຽກບຸກຄົນ (Personnel System)

    ຊ່ວຍເພີ່ມປະສິດທິພາບການບໍລິຫານວຽກບຸກຄົນຢ່າງສົມບູນແບບ

    • ຈັດເກັບປະວັດເງິນເດືອນ ແລະ ການປັບເລື່ອນຕໍາແໜ່ງວຽກ ລວມທັງການຍ້າຍພະແນກ ຫຼື ສາຂາ ຈາກລະບົບເງິນເດືອນໄດ້ໂດຍອັດໂນມັດ.
    • ຈັດເກັບປະວັດການຝຶກອົບລົມພິເສດ ລວມທັງຄ່າໃຊ້ຈ່າຍທີ່ເກີດຂຶ້ນແຕ່ລະຄັ້ງໄດ້ ແລະສາມາດບັນທຶກພ້ອມໆກັນໄດ້ຫຼາຍພະນັກງານໃນແຕ່ລະຫຼັກສູດ
    • ບັນທຶກຜົນງານພິເສດ ລວມທັງຮາງວັນ ແລະ ຄວາມຜິດກັບບົດລົງໂທດໄດ້
    • ສາມາດເພີ່ມເຕີມຫົວຂໍ້ ແລະ ລາຍະລະອຽດທີ່ຕ້ອງການບັນທຶກຂອງພະນັກງານແຕ່ລະຄົນໄດ້ບໍ່ຈໍາກັດ
    • ສາມາດເຮັດສໍາເນົາເອກະສານຂອງພະນັກງານ ເກັບໃນຮູບແບບເອກະສານອິເລັກທໍນິກ ເກັບໃນແຟ້ມພະນັກງານແຕ່ລະຄົນ ເພື່ອປະຫຍັດການເກັບເອກະສານແລະຄົ້ນຫາໄດ້ສະດວກ.

    TM: ລະບົບປະມວນຜົນເວລາເຮັດວຽກ (Time Attendance)

    • ອ່ານຂໍ້ມູນຈາກເຄື່ອງອ່ານບັດແລະເຄື່ອງສະແກນລາຍນິ້ວມືໄດ້ທຸກຍີ້ຫ້ອ ແລະສາມາດຈັດການແລະຄວບຄຸມເວລາເຂົ້າ-ອອກຂອງພະນັກງານທຸກຄົນໄດ້ໂດຍອັດຕະໂນມັດ
    • ຮອງຮັບຂໍ້ມູນຈາກເຄື່ອງອ່ານບັດແລະເຄື່ອງສະແກນລາຍນິ້ວມືໄດ້ທຸກຍີ້ຫ້ອ ໂດຍເລືອກແລະກຳໜົດຮູບແບບການເຊື່ອມຕໍ່ຈາກ EDC ໄດ້ຫຼາຍກວ່າ 1 ເວີຊັ່ນ.
    • ຮອງຮັບພະນັກງານທີ່ມີກະເຮັດວຽກຄົງທີ່ ເຊັ່ນ ພະນັກວານສ່ວນສຳນັກງານ ຫຼື ພະນັກງານທີ່ມີການສະລັບກະ ເຊັ່ນ ໂຮງໝໍ, ໂຮງງານ.
    • ສາມາດຄວບກະ/ ປ່ຽນກະ/ ສະລັບກະໄດ້ງ່າຍ
    • ກຳໜົດກະໄດ້ບໍ່ຈຳກັດ ເຊັ່ນ ກະປົກກະຕິ/ ກະວັນຫຍຸດ/ ກະຂ້າມວັນ/ ກະ 24 ຊັ່ວໂມງ ແລະການເຮັດວຽກລ່ວງເວລາ (OT)
    • ກຳໜົດສູດແລະເງື່ອນໄຂກ່ຽວກັບການຄິດໄລ່ກະໂດຍອັດຕະໂນມັດ ແລະ ການເຮັດວຽກໃນເງື່ອນໄຂທີ່ຊັບຊ້ອນ.
    • ເຊັ່ນ ຄ່າໃຊ້ຈ່າຍຈະຖືກແບ່ງຕາມສະຖານທີ່ເຮັດວຽກ ຫຼື ພະແນກຕາມບັນທຶກການເຮັດທຸລະກຳທາງບັນຊີ ໃນລະບົບບັນຊີ.
    • ສາມາດໂອນຜົນຂອງວັນ, ຊົ່ວໂມງ ແລະ ເວລາເຮັດວຽກຂອງພະນັກງານໄປຍັງລະບົບ Business Plus Payroll ໄດ້ ຫຼືລະບົບເງິນເດືອນອື່ນ ເພື່ອຄິດໄລ່ຄ່າຈ້າງແລະລາຍໄດ້ / ເງິນຫັກ.
    เจ้าของกิจการ

    RT: ລະບົບສິດທິວັນລາ ແລະ ເບ້ຍຂະຫຍັນຂັ້ນສູງ (Advanced Rights)

    • ເປັນລະບົບທີ່ອຳນວຍຄວາມສະດວກໃຫ້ບໍລິສັດພ້ອມເງື່ອນໄຂທີ່ລະອຽດ ເຊັ່ນ ສຶດ ຫຼື ການລາ ແລະການມາສາຍຂອງພະນັກງານ
    • ກໍາໜົດປະເພດສິດການລາຕ່າງໆໄດ້ຕາມຕໍາແໜ່ງວຽກ ແລະ ຕາມອາຍຸວຽກ, ແລະຕັ້ງເງື່ອນໄຂຫັກເງິນ ເມື່ອເກີນສິດທີ່ໄດ້ຮັບ ໄດ້ໂດຍອັດໂນມັດ.
    • ສາມາດກໍາໜົດປະເພດອັດຕາເບ້ຍຂະຫຍັນໄດ້ບໍ່ຈໍາກັດ ແລະກໍາໜົດເບ້ຍຂະຫຍັນຕາມຕໍາແໜ່ງວຽກແລະອາຍຸວຽກໄດ້
    • ຄິດໄລ່ການຈ່າຍເບ້ຍຂະຫຍັນແບບອັດໂນມັດ ແລະສາມາດກໍາໜົດອັດຕາເບ້ຍຂະຫຍັນໄດ້ແບບອັດຕາຄົງທີ່ ແລະ ແບບກ້າວໜ້k
    • ສາມາດເອິ້ນເບິ່ງຍອດຄົງເຫຼືອ ຫຼື ຍອດໃຊ້ສິດການລາໃນແຕ່ລະພະນັກວຽກໄດ້
    • ມີລາຍວຽກສິດການລາ / ຄວາມຂະຫຍັນຄົບຖ້ວນ ແລະ ວິເຄາະລາຍງານ ເພື່ອປະເມີນຜົນງານຂອງພະນັກວຽກ
    • ກໍາໜົດສູດ ຫຼື ເງື່ອນໄຂການຂາດ ຫຼື ອື່ນໆທີ່ມີຜົນກະທົບຕໍ່ເບ້ຍຂະຫຍັນ

    HR

    AS : ລະບົບກໍາໜົດສິດທິການໃຊ້ວຽກຂັ້ນສູງ (Advanced Security Control)

    • ກໍາໜົດຄວາມສຳຄັນໃນການເຂົ້າເຖິງຂໍ້ມູນຂອງພະນັກງານ
    • ກໍາໜົດລະດັບສິດການເຂົ້າເຖິງຂໍ້ມູນ ແລະ ເຂົ້າເບິ່ງບົດລາຍງານ ຕາມຕໍາແໜ່ງວຽກແລະຄວາມຮັບຜິດຊອບ ເຊັ່ນ: ບົດລາຍງານຂໍ້ມູນພະນັກງານ ສະເພາະສ່ວນຄວາມຮັບຜິດຊອບຂອງພະນັກງານ.
    • ສາມາດກໍາໜົດສິດໃນການເອິ້ນເບິ່ງເງິນເດືອນ, ຂໍ້ມູນພະນັກງານ, ຫຼື ແຍກປະເພດພະນັກງານໄດ້

    HR

    JC: ລະບົບ​ການ​ແບ່ງ​ລາຍ​ຈ່າຍ​ຂອງ​ພະນັກງານ (Job Cost System)

    ລະບົບຕົ້ນທຶນຄ່າແຮງພະນັກງານແມ່ນລະບົບສຳລັບຊ່ວຍງານຝ່າຍບຸກຄົນໃນດ້ານການເຮັດເງິນເດືອນ ແຍກບັນຊີຕົ້ນທຶນ ແລະການຄິດໄລ່ເງິນເດືອນ ແບບແຍກ Job Cost  ຊຶ່ງເປັນປະໂຫຍດສໍາລັບຜູ້ບໍລິຫານໃນການພິຈາລະນາເຖິງຕົ້ນທຶນຄ່າໃຊ້ຈ່າຍ ເພື່ອແຍກຕົ້ນທຶນຄ່າແຮງແຕ່ລະປະເພດ ວ່າເປັນຄ່າໃຊ້ຈ່າຍ ໂດຍກົງແລະໂດຍອ້ອມຂອງແຕ່ລະພື້ນທີ່ວຽກ ຫຼື ຫົວໜ່ວຍວຽກຕ່າງໆ ເພື່ອລົດຂັ້ນຕອນການເຮັດວຽກຂອງຝ່າຍບຸກຄົນ.

    • ກໍາໜົດໄດ້ວ່າສາມາດຈ່າຍຄ່າໃຊ້ຈ່າຍໃຫ້ພະນັກງານຄົນໃດ ໄດ້ໂດຍກົງ ຫຼື ໂດຍອ້ອມແດ່ ໂດຍສາມາດເບິ່ງແລະຄັດລອກເປັນບົດລາຍງານໄດ້
    • ສາມາດກໍາໜົດຫົວໜ່ວຍວຽກໃຫ້ກັບພະນັກງານ ເພື່ອໃຫ້ຜູ້ໃຊ້ງານ ສາມາດວິເຄາະຕົ້ນທຶນຄ່າໃຊ້ຈ່າຍທີ່ເກີດຂຶ້ນໃນແຕ່ລະສາຂາ, ພະແນກ, ຫົວໜ່ວຍວຽກ ແລະ ພື້ນທີ່ວຽກໄດ້
    • ສາມາດບັນທຶກຄ່າໃຊ້ຈ່າຍທີ່ເກີດຂຶ້ນໃນການບັນທຶກເງິນເພີ່ມເງິນຫັກ ແຍກຕາມຫົວໜ່ວຍວຽກ ແລະ ພື້ນທີ່ວຽກໄດ້
    • ສາມາດນໍາເຂົ້າຂໍ້ມູນເວລາເຮັດວຽກ, ກະເຮັດວຽກ, ລະຫັດສາຂາ, ລະຫັດພະແນກ, ລະຫັດຫົວໜ່ວຍວຽກແລະພື້ນທີ່ວຽກຂອງພະນັກວຽກ ຈາກ Text File ໄດ້ ເພື່ອນໍາມາຄິດໄລ່ ແຍກຄ່າໃຊ້ຈ່າຍໃນໂປລແກລມໃຫ້ອັດໂນມັດ
    • ສາມາດໂອນຜົນການຄິດໄລ່ ໄປລະບົບເງິນເດືອນສໍາເລັດຮູບໄດ້ ໂດຍແຍກຕົ້ນທຶນຫົວໜ່ວຍວຽກໄປຍັງລະບົບບັນຊີໄດ້ໂດຍອັດໂນມັດ ໂດຍທີ່ບໍ່ຕ້ອງບັນທຶກຄ່າໃຊ້ຈ່າຍ
    • ມີລາຍງານທີ່ສາມາດກວດສອບຍອດເງິນຄ່າໃຊ້ຈ່າຍທີ່ເກີດຂຶ້ນ ແບ່ງຕາມສາຂາ, ພະແນກ, ຫົວໜ່ວຍວຽກແລະພື້ນທີ່ວຽກໄດ້ງ່າຍ.

    HR

    PF: ລະບົບກອງທຶນສຳຮອງລ້ຽງຊີບພິເສດ  (Provident Fund Extra System)

    ລະບົບກອງທຶນສຳຮອງລ້ຽງຊີບພິເສດ ແມ່ນລະບົບເສີມທີ່ອອກແບບມາຮອງຮັບນະໂຍບາຍຂອງກອງທຶນສຳຮອງລ້ຽງຊີບ ໃຫ້ພະນັກງານສາມາດສະສົມກອງທຶນໄດ້ຫຼາຍກວ່າ 1 ກອງທຶນ ເພື່ອເພີ່ມຄວາມສະດວກໃນການຄິດໄລ່ຍອດເງິນສະສົມ ຫຼື ສົມທົບກອງທຶນສຳຮອງລ້ຽງຊີບກອງທີ່ 1 ແລະກອງທີ່ 2 ຊຶ່ງສາມາດກຳໜົດກອງທຶນຍ່ອຍໃຫ້ກັບພະນັກງານທີປະຕິບັດຕາມນະໂຍບາຍບໍລິສັດ.

    • ສາມາດຕັ້ງຄ່າກອງທຶນສໍາຮອງລ້ຽງຊີບກອງທຶນທີ່ 1 ແລະສໍາຮອງລ້ຽງຊີບກອງທຶນທີ່ 2 ຕ່າງທະນາຄານກັນໄດ້
    • ສາມາດກໍາໜົດອັດຕາການຫັກກອງທຶນສໍາຮອງລ້ຽງຊີບຕ່າງກັນໄດ້ທັງ 2 ກອງທຶນ
    • ທັງສ່ວນພະນັກງານສະສົມແລະບໍລິສັດສົມທົບ
    • ສາມາດເຮັດການກຽມດິດນໍາສົ່ງກອງທຶນສໍາຮອງລ້ຽງຊີບໂດຍເລືອກໄດ້ວ່າຈະນໍາສົ່ງກອງທຶນທີ່ 1 ຫະລືກອງທຶນທີ່ 2 ຊຶ່ງງ່າຍແລະສະດວກ
    • ສາມາດກໍາໜົດລະຫັດກອງທຶນຍ່ອຍ, ກໍາໜົດອັດຕາທີ່ພະນັກງານສະສົມ ແລະກໍາໜົດອັດຕາທີ່ບໍລິສັດສົມທົບ ໃສ່ແຕ່ລະກອງທຶນຍ່ອຍ ໄດ້ງ່າຍແລະສະດວກ
    • ມີລາຍງານທີ່ສາມາດກວດສອບຍອດເງິນຫັກກອງທຶນສໍາຮອງລ້ຽງຊີບທັງກອງທຶນທີ່ 1 ແລະກອງທຶນທີ່ 2

    HR

    LN: ລະບົບເງິນກູ້ຊະນິດພິເສດ (Loan System)

    ລະບົບນີ້ອອກແບບມາເພື່ອເພີ່ມຄວາມສະດວກໃນການຄິດໄລ່ເງິນກູ້ຊະນິດພິເສດ ໂດຍລະບົບຊ່ວຍຄິດໄລ່ການຫັກເງິນກູ້ໃຫ້ກັບພະນັກງານໃນແຕ່ລະເດືອນໂດຍອັດຕະໂນມັດ ພ້ອມທັງສ່ວນດອກເບ້ຍເງິີນກູ້ທັງແບບອັດຕາດອກເບ້ຍຄົງທີ່ ຫຼື ດອກເບ້ຍຊະນິດລົດຕົ້ນລົດດອກ ແລະເພີ່ມປະເພດຂອງເງິນກູ້ຂຶ້ນມາອີກ 3 ປະເພດ ໄດ້ແກ່ ລະບົບບັນມາດຕະຖານໃນຊ່ອງຫວ່າງຂອງການກູ້ຍືມ, ຄ່າທໍານຽມເງິນກູ້, ແລະຜົນປະໂຍດອື່ນໆ ໂດຍແບ່ງແຕ່ລະປະເພດຢ່າງຊັດເຈນ ເພື່ອໃຫ້ໃຊ້ວຽກໄດ້ງ່າຍແລະສະດວກຫຼາຍຂຶ້ນ ໂດຍມີລາຍລະອຽດດັງນີ້

    • ສາມາດເລືອກວິທີການຄິດໄລ່ດອກເບ້ຍແບບອັດຕາຄົງທີ່ ແລະ ຄິດໄລ່ດອກເບ້ຍແບບລົດຕົ້ນລົດດອກໃຫ້ກັບພະນັກງານໄດ້
    • ສາມາດກໍາໜົດອັດຕາດອກເບ້ຍຕໍ່ປີ, ງວດຊໍາລະຕໍ່ປີ ເພື່ອໃຫ້ໂປລແກລມຄິດໄລ່ດອກເບ້ຍທີ່ຕ້ອງຊໍາລະໃນແຕ່ລະເດືອນໃຫ້ກັບພະນັກງານໄດ້
    • ເມື່ອຊໍາລະຄົບແລ້ວ ທັງເງິນຕົ້ນແລະດອກເບ້ຍ ໂປລແກລມຈະຫຍຸດຫັກເງິນພະນັກງານໂດຍອັດໂນມັດ
    • ມີບົດລາຍງານທີ່ສາມາດກວດສອບຍອດເງິນຕົ້ນ, ດອກເບ້ຍ, ຍອດເງິນຊໍາລະແລ້ວ ແລະຍອດເງິນຄົງເຫຼືອ ເພື່ອກວດສອບໄດ້

    HR

    WF: ລະບົບສະຫວັດດິການພະນັກງານ (Welfare System)

    ລະບົບນີ້ຈະຊ່ວຍເພີ່ມການດໍາເນີນວຽກໃນການກວດສອບສະຫວັດດິການພະນັກງານ ການມີສິດຂອງພະນັກງານ ຊຶ່ງງ່າຍສໍາລັບຝ່າຍບຸກຄົນແລະພະນັກງານ ລວມທັງຍັງປ້ອງກັນບໍ່ໃຫ້ມີການຈ່າຍເງິນສະຫວັດດິການເກີນໃຫ້ກັບພະນັກງານນຳ  ໂດຍມີລາຍລະອຽດ ດັງນີ້

    • ສາມາດກໍາໜົດສິດສະຫວັດດິການທີ່ໄດ້ຮັບຂອງພະນັກງານ ຄື ຄັ້ງຕໍ່ປີ, ບາດຕໍ່ປີ ແລະບາດຕໍ່ຄັ້ງ
    • ສາມາດກໍາໜົດເງື່ອນໄຂປະເພດຂອງສະຫວັດດິການໄດ້ເຖິງ 10 ປະເພດ
    • ລະບົບສາມາດປ້ອງກັນການຄິດໄລ່ຍອດເງິນສະຫວັດດິການທີ່ເບີກເກີນຈາກສິດທີ່ໄດ້ຮັບຫາກມີກໍລະນີຜິດພາດ ເນື່ອງຈາກມີການຈ່າຍໃຫ້ພະນັກງານເກີນ ລະບົບຈະປ້ອງກັນບໍ່ໃຫ້ມີການຈ່າຍເງິນສະຫວັດດິການເກີນໃຫ້ກັບພະນັກງານ
    • ລະບົບສາມາດເກັບປະວັດການເບີກສະຫວັດດິການໃນປີກ່ອນໄດ້ ເພື່ອກວດສອບຍອດເງິນສະຫວັດດິການຍ້ອນຫລັງທີ່ໃຊ້ໄປໃນແຕ່ລະປີ
    • ມີບົດລາຍງານທີ່ສາມາດກວດສອບຍອດເງິນສະຫວັດດິການທີ່ພະນັກງານໄດ້ຮັບ, ສະຫວັດດິການທີ່ໃຊ້ໄປ ແລະສະຫວັດດິການຄົງເຫຼືອຂອງພະນັກງານ ເພື່ອກວດສອບໄດ້ງ່າຍແລະສະດວກ

    Report

    ປະເພດ
    ລາຍງານ
    ລະບົບເງິນເດືອນຄ່າແຮງພະນັກງານ
    ລະບົບເງິນເດືອນຄ່າແຮງພະນັກງານ

    ຫນັງສືຮັບຮອງການຜ່ານວຽກ click

    ລາຍງານສະຫຼຸບເງິນເດືອນໂດຍພະແນກ click

    ໃນຈ່າຍເງິນ click

    ລາຍງານ ລາຍຊື່ພະນັກວຽກປັດຈຸບັນ click

    ລາຍງານອາຍຸເຮັດວຽກ ມື້ເຮັດວຽກແລະຈໍານວນພັກຜ່ອນ click

    ລາຍງານສະແດງໃຫ້ເຫັນການປັບຄ່າເງິນເດືອນ click

    ລາຍງານການໂອນເງິນທະນາຄານ click

    ໃບຄິດໄລ່ເງິນເດືອນ, ອາກອນລາຍໄດ້ຈາກເງິນເດືອນ ແລະ ປະກັນສັງຄົມຂອງພະນັກງານ click

    ແບບສະແດງການຈ່າຍເງິນສົມທົບ (ແບບລະອຽດ) click

    ລະບົບປະມວນຜົນເວລາເຮັດວຽກ
    ລະບົບປະມວນຜົນເວລາເຮັດວຽກ

    ລາຍງານສະຫຼຸບສໍາລັບການປ່ຽນແປງແຕ່ລະຄັ້ງ - ແຍກໂດຍການເຮັດວຽກ click

    ລາຍງານສະຫຼຸບປະຈໍາປີ click

    ລາຍງານສະຫຼຸບປະຈໍາເດືອນ click

    ລາຍງານສະຫຼຸບຂອງບັນທຶກເວລາຂອງພະນັກງານ (ຊົ່ວໂມງ:ນາທີ) click

    ລາຍງານສະຫຼຸບຂອງບັນທຶກເວລາຂອງພະນັກງານ (ຊົ່ວໂມງ) click

    ລາຍງານສະຫຼຸບຂອງບັນທຶກເວລາຂອງພະນັກງານ (ຊົ່ວໂມງ:ນາທີ) click

    ລາຍງານສະຫຼຸບຂອງບັນທຶກເວລາຂອງພະນັກງານ (ຊົ່ວໂມງ) click

    ລາຍງານສະຫຼຸບການຄໍານວນຜົນການຄໍານວນລ່ວງເວລາ (ຊົ່ວໂມງ:ນາທີ) click

    ລາຍງານສະຫຼຸບການຄໍານວນຜົນການຄໍານວນລ່ວງເວລາ (ຊົ່ວໂມງ) click

    ລາຍງານສະຫຼຸບຂອງການສະແດງເວລາໂດຍຈໍານວນ (ຊົ່ວໂມງ:ນາທີ) click

    ລາຍງານສະຫຼຸບຂອງການສະແດງເວລາໂດຍຈໍານວນ (ຊົ່ວໂມງ) click

    ລາຍງານສະຫຼຸບຂອງການສະແດງເວລາໂດຍຈໍານວນ (ຊົ່ວໂມງ:ນາທີ) click

    ລາຍງານຜົນຂອງການບັນທຶກເວລາສະແດງໂດຍພະນັກງານ (ຊົ່ວໂມງ:ນາທີ) click

    ລາຍງານຜົນຂອງການບັນທຶກເວລາສະແດງໂດຍພະນັກງານ (ຊົ່ວໂມງ) click

    ລາຍງານຜົນຂອງການບັນທຶກເວລາສະແດງໂດຍລ່ວງເວລາ (ຊົ່ວໂມງ:ນາທີ) click

    ລາຍງານຜົນຂອງການບັນທຶກເວລາສະແດງໂດຍລ່ວງເວລາ (ຊົ່ວໂມງ) click

    ລາຍງານຜົນຂອງການບັນທຶກເວລາສະແດງໂດຍຈໍານວນ (ຊົ່ວໂມງ:ນາທີ) click

    ລາຍງານຜົນຂອງການບັນທຶກເວລາສະແດງໂດຍຈໍານວນ click

    1.ບໍລິສັດ  ເຈມາກ ຈຳກັດຜູ້ດຽວ

    2.Amari Vang Vieng Laos

    3.Ch.Karnchang (Lao) Company Limited

     

    22 April 2022  View 8,814

    บทความที่น่าสนใจ

    สินค้าอื่นๆ

    สมัครสมาชิก

    ลงชื่อเข้าใช้งาน

    เข้าสู่ระบบ

    สร้างบัญชีใหม่ | ลืมรหัสผ่าน ?

    นโยบายความเป็นส่วนตัว

    ยอมรับนโยบาย

    "Behind the success of customer business"

    บริษัท อี-บิซิเนส พลัส จำกัด และ บริษัท บิซิเนส แอนด์ เทคโนโลยี่ จำกัด มีความมุ่งมั่นที่จะพัฒนาซอฟต์แวร์ บริการ บุคลากร อย่างมีคุณภาพและต่อเนื่อง เพื่อเพิ่มความพึงพอใจให้กับลูกค้า

    11-14 ซอยบรมราชชนนี 39 แขวงตลิ่งชัน เขตตลิ่งชัน กรุงเทพมหานคร 10170

    ADDRESS


    CONTACT US


    • ฝ่ายขาย HRM: 092-345-3681
    • ฝ่ายขาย ERP POS: 085-234-5980
    • Call Center ฝ่ายขาย: 02-880-9700, 02-409-5409, 02-880-8800
    • Call Center: 02-880-8800
    • Mobile Call Center: 080-915-5660, 065-629-0509, 094-997-3559
    • ฝ่ายบริการ: 02-880-8800 ฝ่ายบริการ HRM กด 2 , ฝ่ายบริการ ERP กด 3

    SOCIAL MEDIA


    • Bplus HRM โปรแกรมเงินเดือนสำเร็จรูป
    • Business Plus ERP MRP
    • โปรแกรมขายหน้าร้าน Bplus POS
    • Business Plus Food & Beverage
    • @salebplus
    • @businessplushrm
    • allsales@bplus.co.th

    Copyright © 2021. All rights reserved • คุ้กกี้ • นโยบายส่วนบุคคล • ยกเลิกรับข่าวสาร
    คุณชอบคุกกี้ไหม? 🍪 เราใช้คุกกี้เพื่อให้แน่ใจว่าคุณได้รับประสบการณ์ที่ดีที่สุดบนเว็บไซต์ของเรา นโยบายการใช้คุกกี้ / เรียนรู้เพิ่มเติม