-
-
ข่าวสาร
-
HRM
-
ຮອບການຈ່າຍເງິນເດືອນ ແມ່ນຫຍັງ? HR ມືໃໝ່ຕ້ອງຮູ້ໄວ້


ຮອບການຈ່າຍເງິນເດືອນ ແມ່ນຫຍັງ❓
HR ມືໃໝ່ຕ້ອງຮູ້ໄວ້
🔍 ສຳລັບ HR ມືໃໝ່ ຫຼື ພະນັກງານທີ່ພຶ້ງເຂົ້າວົງການ HR ໃໝ່ໆ ອາດຈະສົນໃຈວ່າ
- “ຮອບເງິນເດືອນ” ແມ່ນຫຍັງ?
- ວັນຕົ້ນຮອບ – ວັນສິ້ນຮອບ – ວັນຈ່າຍ ແຕກຕ່າງກັນແນວໃດ?
- ແຕ່ລະບໍລິສັດໃຊ້ຮອບຄືກັນບໍ?
- ການຄຳນວນເງິນເດືອນອີງຈາກຫຍັງ?
ໜ້ານີ້ຈະອະທິບາຍໃຫ້ເຂົ້າໃຈງ່າຍໆ ພ້ອມຕົວຢ່າງຊັດໆ ໃຊ້ໄດ້ທັນທີ.
🔍 HR ມືໃໝ່ຕ້ອງຮູ້ໄວ້
✅ ວັນຕົ້ນຮອບ
ວັນເລີ່ມຕົ້ນການນັບວັນເຮັດວຽກ
✅ ວັນສິ້ນຮອບ
ວັນສຸດທ້າຍຂອງການນັບຮອບ
✅ ວັນຈ່າຍ
ວັນທີ່ບໍລິສັດໂອນເງິນໃຫ້ພະນັກງານ
📌 ຮອບນີ້ຈະຖືກໃຊ້ໃນການຄຳນວນ
- ເງິນເດືອນ
- ພາສີ
- ປະກັນສັງຄົມ
- OT
- ຂາດ–ລາ–ສາຍ
ແຕ່ລະບໍລິສັດອາດຈະກຳນົດຮອບບໍ່ຄືກັນ ຕາມນະໂຍບາຍຂອງອົງກອນ.
⭐ ຮູບແບບຮອບເງິນເດືອນທີ່ນິຍົມໃຊ້
1 ຈ່າຍເດືອນລະ 1 ຄັ້ງ
1.1 ຕັດຮອບຕາມເດືອນຈິງ (1–ສິ້ນເດືອນ)
✅ ຂໍ້ດີ: ເຂົ້າໃຈງ່າຍ
❌ ຂໍ້ເສຍ: HR ຕ້ອງຮວບຮວມຂໍ້ມູນໃຫ້ທັນວັນສິ້ນເດືອນ
ຕົວຢ່າງ:
01/01 – 31/01 → ຈ່າຍ 31/01
1.2 ຕັດຮອບແບບຄ່ອມເດືອນ (26–25)
✅ ຂໍ້ດີ: HR ມີເວລາກວດສອບຫຼາຍ
❌ ຂໍ້ເສຍ: ຈຳນວນວັນແຕກຕ່າງ ອາດຄຳນວນຍາກ
ຕົວຢ່າງ:
26/01 – 25/02 → ຈ່າຍ 28/02
2 ຈ່າຍເດືອນລະ 2 ຄັ້ງ
2.1 ຕັດຮອບຕາມເດືອນຈິງ (1–15 ແລະ 16–ສິ້ນເດືອນ)
✅ ຂໍ້ດີ: ພະນັກງານມີສະພາບຄອງດີ
❌ ຂໍ້ເສຍ: HR ຕ້ອງເຮັດວຽກ 2 ຮອບ
2.2 ຕັດຮອບແບບຄ່ອມເດືອນ (26–10 ແລະ 11–25)
✅ ຂໍ້ດີ: HR ມີເວລາກວດສອບກ່ອນຈ່າຍ
❌ ຂໍ້ເສຍ: ຈຳນວນວັນແຕກຕ່າງໃນແຕ່ລະເດືອນ
🎯 ສິ່ງທີ່ HR ຕ້ອງເຂົ້າໃຈ
- ຮອບເງິນເດືອນແຕກຕ່າງໄດ້
- ມີຜົນຕໍ່ການຄຳນວນ
- HR ຕ້ອງເຂົ້າໃຈວັນຈ່າຍ
⭐ ເມື່ອບໍລິສັດມີຮອບຈ່າຍຫຼາຍແບບ
ການຄຳນວນດ້ວຍ Excel ຫຼື ຄິດເອງອາດເຮັດໃຫ້ເກີດຄວາມຜິດພາດໄດ້ງ່າຍ ທັງການນັບວັນ, ການຄຳນວນ OT, ພາສີ, ປະກັນສັງຄົມ
🔍 ລະບົບເງິນເດືອນທີ່ດີຄວນ:
• ຕັ້ງຮອບເງິນເດືອນໄດ້ຫຼາຍແບບ
• ຄຳນວນອັດຕະໂນມັດຕາມນະໂຍບາຍບໍລິສັດ
• ຊ່ວຍ HR ຫຼຸດວຽກ ແລະ ຫຼຸດຄວາມຜິດພາດ
✨ ນີ້ແມ່ນເຫດຜົນທີ່ຫຼາຍອົງກອນເລືອກໃຊ້ລະບົບທີ່ “ຄິດແທນ HR” ໄດ້ຈິງ. ✨


26 February 2026
View
209