• X
  • X
  • ฝ่ายขาย 02-880-9700, 02-409-5409, 02-880-8800
  • ฝ่ายบริการ 02-880-8800
businessplus
businessplus
  • รายการจำนวนจำนวนเงิน
    ไม่มีรายการ
    สั่งซื้อสินค้า
    • รายการจำนวนจำนวนเงิน
      ไม่มีรายการ
      สั่งซื้อสินค้า
    1. ข่าวสาร
    2. HRM
    3. ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ
    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM.

    ສຳລັບ ສປປ. ລາວ

     

    ⭐ ໂປຣແກຣມເງິນເດືອນສຳເລັດຮູບ BPlus HRM ມີສ່ວນໃນການພັດທະນາ ແລະ ສົ່ງເສີມວຽກທາງດ້ານການບໍລິຫານ ຊັບພະຍາກອນບຸກຄົນ ບໍ່ວ່າຈະເປັນການເກັບປະຫວັດພະນັກງານໃນດ້ານຕ່າງໆ ເຊັ່ນ: ປະຫວັດການເຮັດວຽກ, ປະຫວັດການ ຝຶກອົບຮົມ, ປະຫວັດການເຮັດຜິດ ແລະ ບົດລົງໂທດ, ປະຫວັດການສຶກສາ ລວມເຖິງລາຍລະອຽດຕ່າງໆ ກ່ຽວກັບລາຍງານ ທີ່ຕ້ອງໃຊ້ພາຍໃນ ແລະ ພາຍນອກ ເຊັ່ນ: ລາຍງານສົ່ງພາກລັດ

    🚀 ບໍລິສັດ ອີ-ບິຊິເນດສ໌ ພລັດສ໌ ຈຳກັດ ເປັນບໍລິສັດຂອງຄົນໄທທີ່ພັດທະນາໂປຣແກຣມເງິນເດືອນສຳເລັດຮູບ BPlus HRM ໃນການຄຳນວນເງິນເດືອນ, ສາມາດຮອງຮັບການຄຳນວນເງິນເດືອນທັງໃນປະເທດ ແລະ ນອກປະເທດ ສປປ.ລາວ ໄດ້ຢ່າງ ຄົບຖ້ວນ, ບໍ່ວ່າຈະເປັນການຄຳນວນການຈ່າຍເງິນເດືອນໃຫ້ພະນັກງານຂອງ ສປປ.ລາວ ຫຼື ພະນັກງານທີ່ເປັນຄົນຕ່າງປະເທດ ທີ່ເຂົ້າມາເຮັດວຽກໃນ ສປປ.ລາວ ໂດຍລະບົບຈະຮອງຮັບການຄຳນວນອາກອນ, ການຄຳນວນປະກັນສັງຄົມ ແລະ ຂໍ້ມູນອື່ນໆ ທີ່ກ່ຽວຂ້ອງ

    🎯 ໂດຍໂປຣແກຣມເງິນເດືອນ BPlus HRM ຮອງຮັບການຄຳນວນທັງໃນປະເທດໄທ ແລະ ໃນ ສປປ.ລາວ ເຊິ່ງການຕັ້ງຄ່າ ສ່ວນໃຫຍ່ຈະຄືກັນ ພຽງແຕ່ຖ້າເອົາໄປໃຊ້ງານໃນ ສປປ.ລາວ ຈະມີການແຈ້ງຄຸນນະສົມບັດເພື່ອໃຫ້ສາມາດຄຳນວນໃຫ້ກົງກັບເງື່ອນໄຂໃນການຄຳນວນອາກອນ ແລະ ປະກັນສັງຄົມຂອງ ສປປ.ລາວ ດັ່ງນີ້:

    1ຮອງຮັບການຄຳນວນອາກອນຂອງ ສປປ.ລາວ

    ສຳລັບການຄຳນວນອາກອນຂອງພະນັກງານທີ່ເຮັດວຽກໃນ ສປປ.ລາວ ໂດຍສ່ວນໃຫຍ່ຈະມີການຄຳນວນໃນກໍລະນີ ພະນັກງານເປັນຄົນລາວ ກັບພະນັກງານທີ່ເປັນຄົນຕ່າງປະເທດທີ່ໄປເຮັດວຽກຢູ່ ສປປ.ລາວ ໂດຍທີ່ພະນັກງານ 2 ກຸ່ມນີ້ຈະຫັກ ອາກອນບໍ່ຄືກັນເຊິ່ງຈະມີລາຍລະອຽດດັ່ງນີ້:

    ✅ ກໍລະນີພະນັກງານທີ່ເປັນຄົນລາວ: ຈະເປັນການຄຳນວນຫັກອາກອນແບບປັບປ່ຽນເງິນໄດ້ພາຍໃນເດືອນ ເພື່ອຄຳນວນ ຫັກອາກອນຈ່າຍໃນເດືອນນັ້ນ, ບໍ່ມີຫັກຄ່າຫຼຸດຜ່ອນອາກອນ ແລະ ມີການຄຳນວນຫັກອາກອນເປັນແບບອັດຕາກ້າວໜ້າ 

    ✅ ກໍລະນີພະນັກງານທີ່ເປັນຄົນຕ່າງປະເທດທີ່ໄປເຮັດວຽກໃນ ສປປ. ລາວ:  ຈະເປັນການຄຳນວນອາກອນແບບເໝົາ ໂດຍສ່ວນໃຫຍ່ຈະຫັກເໝົາ 10%

    ການຄຳນວນອາກອນຂອງພະນັກງານທັງ 2 ກຸ່ມ ໂປຣແກຣມເງິນເດືອນ Bplus HRM ສາມາດຮອງຮັບການຄຳນວນ ໄດ້ຢ່າງຄົບຖ້ວນ ແລະ ຕັ້ງຄ່າຕາມມາດຕະຖານໄດ້ສະດວກ ແລະ ກວດສອບຜົນການຄຳນວນໃນໂປຣແກຣມໄດ້ທັນທີ

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວຕົວຢ່າງໜ້າຈໍການຕັ້ງຄ່າວິທີຄຳນວນອາກອນ

     

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວຕົວຢ່າງໜ້າຈໍການຕັ້ງຄ່າອັດຕາອາກອນເງິນໄດ້ ສປປ. ລາວ
    2ຮອງຮັບການຄຳນວນປະກັນສັງຄົມຂອງ ສປປ. ລາວ

    ສຳລັບກົດໝາຍການຄຳນວນອັດຕາປະກັນສັງຄົມຂອງ ສປປ. ລາວ ຈະມີການຄຳນວນຫັກປະກັນສັງຄົມໃນຮູບແບບທີ່ອັດຕາພະນັກງານກັບອັດຕາບໍລິສັດ ຫັກເຂົ້າປະກັນສັງຄົມທີ່ບໍ່ເທົ່າກັນ ເຊິ່ງຫຼັກການຫັກປະກັນສັງຄົມຂອງ ສປປ. ລາວ ຈະມີອັດຕາການຈ່າຍດັ່ງນີ້:

    • 💰 ຄ່າຈ້າງຕໍ່ເດືອນຕ່ຳສຸດທີ່ໃຊ້ຄຳນວນ     =     1 Kip
    • 💰 ຄ່າຈ້າງສູງສຸດທີ່ໃຊ້ໃນການຄຳນວນ     =     4,500.000 Kip
    • 💰 ອັດຕາພະນັກງານຈ່າຍປະກັນສັງຄົມ     =     5.50%
    • 💰 ອັດຕາບໍລິສັດສົມທົບຈ່າຍປະກັນສັງຄົມ     =     6.50%

    ໂປຣແກຣມສາມາດຮອງຮັບເງື່ອນໄຂໃນການຄຳນວນໄດ້ ໂດຍມີການຕັ້ງຄ່າທີ່ງ່າຍ ແລະ ສະດວກ ເຊິ່ງຜູ້ໃຊ້ງານສາມາດ ຕັ້ງຄ່າໄດ້ ແລະ ຖ້າໃນອະນາຄົດກົດໝາຍມີການປ່ຽນແປງ ກໍສາມາດເຮັດການແກ້ໄຂໄດ້ໃນພາຍຫຼັງນຳ

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ
    ໜ້າຈໍການຕັ້ງຄ່າອັດຕາປະກັນສັງຄົມ

     

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ
    ໜ້າຈໍໜ້າຈໍການຕັ້ງຄ່າເລກທີ່ປະກັນສັງຄົມໃຫ້ກັບພະນັກງານ
    3ຮອງຮັບການຕັ້ງຄ່າຈ່າຍເງິນຕື່ມ ຫຼື ເງິນຫັກທີ່ນອກເໜືອຈາກເງິນເດືອນ

    ສຳລັບການຈ່າຍເງິນຕື່ມ ຫຼື  ເງິນຫັກຂອງພະນັກງານທີ່ນອກເໜືອຈາກເງິນເດືອນ ຕາມຫຼັກການຄຳນວນຂອງ ສປປ. ລາວ ຈະຕ້ອງນຳເງິນທີ່ໄດ້ ແລະ ເງິນທີ່ຖືກຫັກທຸກປະເພດມາຄຳນວນຄິດໄລ່ອາກອນ ແລະ ປະກັນສັງຄົມນຳ

    ✨ ໂດຍໂປຣແກຣມສາມາດເຮັດການຕັ້ງຄ່າໃຫ້ຮອງຮັບການຄຳນວນຕາມເງື່ອນໄຂໄດ້ ເພື່ອໃຫ້ສາມາດນຳເງິນຕື່ມຫຼື ເງິນຫັກທີ່ໄດ້ຮັບລະຫວ່າງເດືອນໄປ ✨

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    ໜ້າຈໍການຕັ້ງຄ່າປະເພດເງິນຕື່ມເງິນຫັກ

    4 ຮອງຮັບການຕັ້ງຄ່າປະຫວັດພະນັກງານ 

    ໃນການຈ່າຍເງິນເດືອນໃຫ້ກັບພະນັກງານທີ່ໄປເຮັດວຽກໃນ ສປປ. ລາວ ໂດຍໃນການຄຳນວນຈ່າຍເງິນເດືອນ ຫຼືຫັກປະກັນສັງຄົມ ຈະມີການຄຳນວນແບບດຽວກັນ, ແຕ່ສະເພາະການຄຳນວນຫັກອາກອນທີ່ຈະແຕກຕ່າງກັນ ໂດຍຈະມີຫຼັກການຄຳນວນດັ່ງນີ້:

    ກໍລະນີພະນັກງານທີ່ເປັນຄົນລາວ: ຈະເປັນການຄຳນວນຫັກອາກອນແບບປັບປ່ຽນເງິນໄດ້ພາຍໃນເດືອນ ເພື່ອຄຳນວນຫັກອາກອນຈ່າຍໃນເດືອນນັ້ນ, ບໍ່ມີຫັກຄ່າຫຼຸດຜ່ອນອາກອນ ແລະ ມີການຄຳນວນຫັກອາກອນເປັນແບບອັດຕາກ້າວໜ້າ

    ກໍລະນີພະນັກງານທີ່ເປັນຄົນຕ່າງປະເທດທີ່ໄປເຮັດວຽກໃນ ສປປ. ລາວ: ຈະເປັນການຄຳນວນອາກອນແບບເໝົາ ໂດຍສ່ວນໃຫຍ່ຈະຫັກເໝົາ 10% 

    ສຳລັບການຕັ້ງຄ່າໃນໂປຣແກຣມເງິນເດືອນ ສາມາດເຮັດການຕັ້ງຄ່າຮອງຮັບໃນການຄຳນວນຂອງພະນັກງານທັງ 2 ກຸ່ມນີ້ໄດ້ ໂດຍມີລາຍລະອຽດດັ່ງນີ້:

     

    4.1 ⭐ ການຕັ້ງຄ່າປະຫວັດພະນັກງານທີ່ເປັນຄົນຕ່າງປະເທດ ແລ້ວໄປເຮັດວຽກຢູ່ ສປປ.ລາວ ⭐

    ໃຊ້ສຳລັບການຕັ້ງຄ່າກໍລະນີທີ່ມີຄົນໄທເຂົ້າໄປເຮັດວຽກໃນ ສປປ.ລາວ ແລະ ນຳສົ່ງອາກອນຕ່າງໆຕາມກົດໝາຍຂອງ ສປປ. ລາວ ເຊິ່ງຈະມີເງື່ອນໄຂການຄຳນວນ ດັ່ງນີ້:

    •    ຫັກອາກອນ ຈະເປັນການຫັກອາກອນທີ່ເປັນອັດຕາແບບເໝົາ 10%
    •    ຫັກປະກັນສັງຄົມໃນອັດຕາດຽວກັບກົດໝາຍຂອງ ສປປ. ລາວ ແລະ ພະນັກງານທີ່ເປັນຄົນລາວ
    •    ການຈ່າຍເງິນເດືອນຕາມອັດຕາເງິນ Kip ຂອງ ສປປ. ລາວ ແລະ ຮອງຮັບການກໍາໜົດຊື່ທະນາຄານຂອງ ສປປ. ລາວ ໂດຍມີໃຫ້ເລືອກ 2 ທະນາຄານ ຄື Banque Pour Le Commerce Exterieur Lao Public ແລະ Phongsavanh Bank

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    ຕົວຢ່າງໜ້າຈໍການຕັ້ງຄ່າອາກອນໃນປະຫວັດພະນັກງານ

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    ຕົວຢ່າງໜ້າຈໍການຕັ້ງຄ່າປະກັນສັງຄົມໃນປະຫວັດພະນັກງານ (ຮອງຮັບທັງແບບຕົວອັກສອນ ແລະ ຕົວເລກ)

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    ຕົວຢ່າງໜ້າຈໍການຕັ້ງຄ່າຈ່າຍເງິນເດືອນໃນປະຫວັດພະນັກງານ

     

    4.2 ⭐ ການຕັ້ງຄ່າປະຫວັດພະນັກງານທີ່ເປັນຄົນລາວ ⭐

    ໃຊ້ສຳລັບການຕັ້ງຄ່າກໍລະນີການຄຳນວນເງິນເດືອນເພື່ອຈ່າຍໃຫ້ກັບພະນັກງານທີ່ເປັນຄົນລາວ ແລະ ການຕັ້ງຄ່ານຳສົ່ງ ອາກອນຕ່າງໆ ຕາມກົດໝາຍຂອງ ສປປ. ລາວ ເຊິ່ງຈະມີເງື່ອນໄຂການຄຳນວນ ດັ່ງນີ້:

    •    ຫັກອາກອນ ຈະເປັນການຫັກອາກອນເປັນອັດຕາກ້າວໜ້າ ຕາມກົດໝາຍ
     •    ຫົກປະກັນສັງຄົມໃນອັດຕາດຽວກັບກົດໝາຍຂອງ ສປປ.ລາວ
    •    ການຈ່າຍເງິນເດືອນຕາມອັດຕາເງິນ Kip ຂອງ ສປປ. ລາວ ແລະ ຮອງຮັບການກໍາໜົດຊື່ທະນາຄານຂອງ ສປປ. ລາວ ໂດຍມີໃຫ້ເລືອກ 2 ທະນາຄານ ຄື: Banque Pour Le Commerce Exterieur Lao Public ແລະ Phongsavanh Bank

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    ຕົວຢ່າງໜ້າຈໍການຕັ້ງຄ່າອາກອນໃນປະຫວັດພະນັກງານ

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    ຕົວຢ່າງໜ້າຈໍຕັ້ງຄ່າປະກັນສັງຄົມໃນປະຫວັດພະນັກງານ (ຮອງຮັບທັງຕົວອັກສອນ ແລະ ຕົວເລກ)

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    ຕົວຢ່າງໜ້າຈໍການຕັ້ງຄ່າຈ່າຍເງິນເດືອນໃນປະຫວັດພະນັກງານ 

    5 ຊ່ວຍການກວດສອບຜົນຄຳນວນເງິນເດືອນໄດ້ງ່າຍແລະສະດວກ

    ສຳລັບການສະແດງຂໍ້ມູນຫຼັງຈາກການຄຳນວນເງິນເດືອນ ໂດຍເມື່ອຄຳນວນເງິນເດືອນຮຽບຮ້ອຍແລ້ວ ສາມາດກວດສອບຜົນຄຳນວນເງິນເດືອນ ເພື່ອກວດສອບຍອດເງິນເດືອນ, ອາກອນ ແລະ ປະກັນສັງຄົມ ຕາມທີ່ຕັ້ງຄ່າໄວ້ 
    ໂດຍໃນໂປຣແກຣມຈະມີໃຫ້ກວດສອບດັ່ງນີ້:

    5.1 ⭐ ກວດສອບລາຍລະອຽດການຄໍານວນຈາກໜ້າຈໍໃນໂປຣແກຣມ ⭐

    ພົບວ່າໂປຣແກຣມສະແດງລາຍການເງິນໄດ້ສຳລັບຈ່າຍໃຫ້ກັບພນັກງານ ຕາມທີ່ໄດ້ບັນທຶກລາຍການໄວ້ ແລະ ຄຳນວນປະກັນສັງຄົມຕາມທີ່ໄດ້ຕັ້ງຄ່າໄວ້ຢ່າງຖືກຕ້ອງ ໂດຍໃນສ່ວນຂອງອາກອນ. ຖ້າເງິນໄດ້ພະນັກງານບໍ່ເຖິງເກນໃນການເສຍອາກອນ, ໂປຣແກຣມກໍຈະບໍ່ຫັກອາກອນໃຫ້ເຊິ່ງເປັນການຈັດການໃຫ້ຢ່າງຖືກຕ້ອງ

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    5.2 ⭐ ກວດສອບລາຍລະອຽດການຄໍານວນຈາກລາຍງານ ⭐

    ກໍລະນີທີ່ຕ້ອງການກວດສອບຂໍ້ມູນພະນັກງານຂອງທັງບໍລິສັດ ຫຼື ກວດສອບຫຼາຍກວ່າ 1 ຄົນ, ຜູ້ໃຊ້ງານສາມາດດຶງເອົາຂໍ້ມູນລາຍງານການກວດສອບໄດ້ ໂດຍຈະສະແດງຂໍ້ມູນເພື່ອໃຫ້ກວດສອບໄດ້ຢ່າງສະດວກ ແລະ ວ່ອງໄວ

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    5.3 ⭐ ການພິມລາຍງານໃບບິນຈ່າຍເງິນເດືອນໃຫ້ກັບພະນັກງານ ⭐

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    5.4 ⭐ ລາຍງານສໍາລັບກວດສອບກ່ອນໂອນເງິນເຂົ້າທະນາຄານ ⭐

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    6 ຊ່ວຍເພີ່ມຄວາມສະດວກໃນການກວດສອບລາຍລະອຽດຄຳນວນອາກອນ

    ຫຼັງຈາກທີ່ຄຳນວນເງິນເດືອນຮຽບຮ້ອຍແລ້ວ ສາມາດກວດສອບລາຍລະອຽດການຄຳນວນອາກອນຂອງພະນັກງານໄດ້ ໂດຍສາມາດກວດສອບໃຫ້ກັບພະນັກງານໄດ້ທັງ 2 ກຸ່ມ, ບໍ່ວ່າຈະເປັນຄົນຕ່າງປະເທດທີ່ເຂົ້າໄປເຮັດວຽກຢູ່ ສປປ. ລາວ ຫຼື ການກວດສອບພະນັກງານທີ່ເປັນຄົນລາວ ເຊິ່ງຈະມີລາຍລະອຽດ ດັ່ງນີ້:

    6.1 ⭐ ການຄຳນວນອາກອນພະນັກງານທີ່ເປັນຄົນຕ່າງປະເທດທີ່ເຂົ້າໄປເຮັດວຽກຢູ່ ສປປ. ລາວ ⭐

    ໂດຍຈະຄຳນວນອາກອນແບບເໝົາ 1% ສາມາດເຮັດການກວດສອບຈາກໜ້າຈໍໄດ້ ເຊິ່ງໂປຣແກຣມຈະສະແດງ ລາຍລະອຽດການຄຳນວນອາກອນ ທີ່ຄຳນວນຈາກອັດຕາ 10% ຕາມທີ່ກໍາໜົດໄວ້ໄດ້ຢ່າງຖືກຕ້ອງ

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    6.2 ⭐ ການຄຳນວນອາກອນພະນັກງານທີ່ເປັນຄົນລາວ ⭐

    ໂດຍຈະຄຳນວນອາກອນແບບອັດຕາກ້າວໜ້າ ປັບປ່ຽນເດືອນຕໍ່ເດືອນ ສາມາດເຮັດການ ກວດສອບຈາກໜ້າຈໍໄດ້ ເຊິ່ງໂປຣແກຣມ ຈະສະແດງລາຍລະອຽດການຄຳນວນອາກອນ ທີ່ຄຳນວນຈາກອັດຕາກ້າວໜ້າ ເຊິ່ງຈະ
    ປັບປ່ຽນເດືອນຕໍ່ເດືອນ ຕາມທີ່ກຳໜົດໄວ້ໄດ້ຢ່າງຖືກຕ້ອງ

    7 ລາຍງານຂອງໜ່ວຍງານພາກລັດທີ່ກ່ຽວຂ້ອງ

    ສຳລັບລາຍງານທີ່ນຳສົ່ງໜ່ວຍງານພາກລັດຂອງ ສປປ. ລາວ ຈະມີຫຼັກໆ ຢູ່ 2 ສ່ວນ ຄື ລາຍງານສົ່ງອາກອນ ແລະ ລາຍງານສົ່ງປະກັນສັງຄົມ, ໂດຍໃນໂປຣແກຣມເງິນເດືອນ Bplus HRM ຈະມີລາຍງານທີ່ດຳເນິນການໄວ້ເປັນມາດຕະຖານເພື່ອ ໃຫ້ລູກຄ້ານຳໄປໃຊ້ງານໄດ້ ໂດຍຈະມີຮູບແບບລາຍງານດັ່ງນີ້:

    7.1 ⭐ ລາຍງານການນຳສົ່ງອາກອນ ⭐

    ເຊິ່ງຈະເປັນລາຍງານທີ່ຜູ້ໃຊ້ງານຈະຕ້ອງນຳສົ່ງອາກອນໃຫ້ກັບໜ່ວຍງານພາກລັດທຸກເດືອນ ໂດຍໂປຣແກຣມຈະມີ
    ລາຍງານທີ່ກົງຕາມຮູບແບບການນຳສົ່ງທີ່ ສປປ. ລາວ ຮອງຮັບໄວ້ຮຽບຮ້ອຍແລ້ວ, ໂດຍສາມາດດຶງເອົາລາຍງານ
    ມາດຕະຖານຈາກໃນໂປຣແກຣມໄດ້ ເຊິ່ງຈະມີຮູບແບບລາຍງານ ດັ່ງນີ້

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    7.2 ⭐ ລາຍງານສົ່ງປະກັນສັງຄົມ ⭐

    ເຊິ່ງຈະເປັນລາຍງານທີ່ຜູ້ໃຊ້ງານຈະຕ້ອງນຳສົ່ງຍອດເງິນປະກັນສັງຄົມໃຫ້ກັບໜ່ວຍງານພາກລັດທຸກເດືອນ ໂດຍໂປຣແກຣມຈະມີລາຍງານທີ່ກົງຕາມຮູບແບບການນຳສົ່ງທີ່ ສປປ. ລາວ ຮອງຮັບໄວ້ຮຽບຮ້ອຍແລ້ວ ແລະ ສາມາດດຶງລາຍງານມາດຕະຖານຈາກໃນໂປຣແກຣມໄດ້ ເຊິ່ງຈະມີຮູບແບບລາຍງານດັ່ງນີ້:

    ລາຍລະອຽດຂອງໂຄງການເງິນເດືອນ Bplus HRM ສຳລັບ ສປປ. ລາວ

    🚀 ສະຫຼຸບຄຸນນະສົມບັດຂອງໂປຣແກຣມທີ່ຮອງຮັບການຄຳນວນກັບ ສປປ. ລາວ
    • ຮອງຮັບການຕັ້ງຄ່າສຳລັບຄຳນວນອາກອນຕາມອັດຕາກ້າວໜ້າ ແລະ ຄຳນວນອາກອນແບບເໝົາ ເພື່ອໃຫ້ສາມາດຄຳນວນຈ່າຍໃຫ້ກັບພະນັກງານໄດ້ທຸກປະເພດທີ່ຕ້ອງການຫັກປະກັນສັງຄົມໄດ້ຢ່າງຖືກຕ້ອງ
    • ຮອງຮັບການຕັ້ງຄ່າສຳລັບຄຳນວນປະກັນສັງຄົມແບບອັດຕາສະສົມພະນັກງານ ແລະ ບໍລິສັດສົມທົບບໍ່ເທົ່າກັນ ຕາມຫຼັກການຄຳນວນຈ່າຍຂອງ ສປປ. ລາວ ໄດ້ຢ່າງຄົບຖ້ວນ ພ້ອມກັບຕັ້ງຄ່າເລກທີ່ປະກັນສັງຄົມທັງໃນສ່ວນຂອງບໍລິສັດແລະຂອງພະນັກງານໄດ້
    • ຮອງຮັບການຕັ້ງຄ່າການຈ່າຍເງິນຕື່ມ ຫຼື ເງິນຫັກຕາມເງື່ອນໄຂການຈ່າຍຂອງ ສປປ. ລາວ ໄດ້ ໂດຍມີຄວາມ ຢືດຢຸ່ນເພື່ອຊ່ວຍໃຫ້ຮອງຮັບການຄຳນວນຈ່າຍໄດ້ແບບຄົບຖ້ວນ
    • ຮອງຮັບການຕັ້ງຄ່າພະນັກງານທີ່ມີການຈ່າຍເດືອນບໍ່ຄືກັນໄດ້ ເຊັ່ນ: ພະນັກງານລາຍວັນ, ພະນັກງານລາຍເດືອນ ແລະ ຍັງສາມາດເຮັດການຕັ້ງຄ່າສຳລັບພະນັກງານຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ໃນ ສປປ. ລາວ ແລະ ພະນັກງານຄົນລາວໄດ້ຢ່າງຄົບຖ້ວນ ເຊິ່ງສາມາດຕັ້ງຄ່າໃຫ້ຄຳນວນໃນໂປຣແກຣມໄດ້ແບບງ່າຍແລະສະດວກ
    • ຈາກໜ້າຈໍໂປຣແກຣມ ຫຼື ການກວດສອບຜ່ານທາງລາຍງານຕ່າງໆ ເຮັດໃຫ້ສາມາດກວດສອບຍອດເງິນໃນແຕ່ລະເດືອນຫຼັງຈາກຄຳນວນແລ້ວໄດ້ທັນທີ
    • ມີລາຍງານມາດຕະຖານພາສາລາວຮອງຮັບ ທັງໃນສ່ວນທີ່ໃຊ້ງານພາຍໃນ ແລະ ໜ່ວຍງານພາກລັດ ເພື່ອສາມາດນຳມາກວດສອບເພີ່ມເຕີມ ແລະ ນຳສົ່ງໜ່ວຍງານພາກລັດພາຍນອກໄດ້

    Bplus HRM ລະບົບໂປລແກລມເງິນເດືອນສຳເລັດຮູບ

    Bplus HRM ລະບົບໂປລແກລມເງິນເດືອນສຳເລັດຮູບ

    19 March 2026  View 23

    บทความที่น่าสนใจ

    สินค้าอื่นๆ

    สมัครสมาชิก

    ลงชื่อเข้าใช้งาน

    เข้าสู่ระบบ

    สร้างบัญชีใหม่ | ลืมรหัสผ่าน ?

    นโยบายความเป็นส่วนตัว

    ยอมรับนโยบาย

    "Behind the success of customer business"

    บริษัท อี-บิซิเนส พลัส จำกัด และ บริษัท บิซิเนส แอนด์ เทคโนโลยี่ จำกัด มีความมุ่งมั่นที่จะพัฒนาซอฟต์แวร์ บริการ บุคลากร อย่างมีคุณภาพและต่อเนื่อง เพื่อเพิ่มความพึงพอใจให้กับลูกค้า

    11-14 ซอยบรมราชชนนี 39 แขวงตลิ่งชัน เขตตลิ่งชัน กรุงเทพมหานคร 10170

    ADDRESS


    CONTACT US


    • ฝ่ายขาย HRM: 092-345-3681
    • ฝ่ายขาย ERP POS: 085-234-5980
    • Call Center ฝ่ายขาย: 02-880-9700, 02-409-5409, 02-880-8800
    • Call Center: 02-880-8800
    • Mobile Call Center: 080-915-5660, 065-629-0509, 094-997-3559
    • ฝ่ายบริการ: 02-880-8800 ฝ่ายบริการ HRM กด 2 , ฝ่ายบริการ ERP กด 3

    SOCIAL MEDIA


    • Bplus HRM โปรแกรมเงินเดือนสำเร็จรูป
    • Business Plus ERP MRP
    • โปรแกรมขายหน้าร้าน Bplus POS
    • Business Plus Food & Beverage
    • @salebplus
    • @businessplushrm
    • allsales@bplus.co.th

    Copyright © 2021. All rights reserved • คุ้กกี้ • นโยบายส่วนบุคคล • ยกเลิกรับข่าวสาร
    คุณชอบคุกกี้ไหม? 🍪 เราใช้คุกกี้เพื่อให้แน่ใจว่าคุณได้รับประสบการณ์ที่ดีที่สุดบนเว็บไซต์ของเรา นโยบายการใช้คุกกี้ / เรียนรู้เพิ่มเติม